-
ວິໄສທັດ
ເພື່ອສ້າງວິທະຍາເຂດ ຊຸມຊົນ Mariner ເພື່ອສະໜອງສິ່ງທີ່ຈໍາເປັນ ແລະ ຊັບພະຍາກອນທີ່ເປັນພື້ນຖານ ໃຫ້ແກ່ຜູ້ຢູ່ອາໄສໃນເຂດຊຸມຊົນ Mariner.
-
ວິໄສທັດ
ເພື່ອສ້າງວິທະຍາເຂດ ຊຸມຊົນ Mariner ເພື່ອສະໜອງສິ່ງທີ່ຈໍາເປັນ ແລະ ຊັບພະຍາກອນທີ່ເປັນພື້ນຖານ ໃຫ້ແກ່ຜູ້ຢູ່ອາໄສໃນເຂດຊຸມຊົນ Mariner. ວິທະຍາເຂດດັ່ງກ່າວ ແມ່ນຈະຖືກສ້າງຂຶ້ນບົນພື້ນຖານການຮ່ວມມື ລະຫວ່າງ ພາກລັດ ແລະ ເອກະຊົນເພື່ອ:
- ສ້າງວິທະຍາເຂດຊຸມຊົນ ໃຫ້ທີ່ມີຄວາມປອດໄພ ແລະ ເຂົ້າເຖິງໄດ້
- ສະໜອງຜົນປະໂຫຍດໃຫ້ແກ່ຊຸມຊົນ ເພື່ອຕອບສະໜອງຄວາມຕ້ອງການຂັ້ນພື້ນຖານ ຂອງຜູ້ທີ່ອາໄສຢູ່ທັງໝົດ
- ສະໜັບສະໜູນເຂດ Mariner ດ້ວຍການບໍລິການທີ່ປະສົມປະສານ ແລະ ຄຸນນະພາບສູງ ແລະ ມີສິ່ງອໍານວຍຄວາມສະດວກ ທີ່ເສີມສ້າງໃຫ້ຄອບຄົວ ມີສຸຂະພາບທີ່ດີ ແລະ ຊຸມຊົນມີຄວາມເຂັ້ມແຂງ
ຫຼັກການການນຳພາຂອງໂຄງການປະກອບມີ: ການເຂົ້າເຖິງຊັບພະຍາກອນ ແລະ ເຕັກໂນໂລຊີ ໂດຍບໍ່ເສຍຄ່າໃຊ້ຈ່າຍ ແລະ ເທົ່າທຽມກັນ, ໂອກາດ, ການເຊື່ອມຕໍ່ກັບຊຸມຊົນ ແລະ ຄວາມເທົ່າທຽມກັນທາງສັງຄົມ.
ມີຄົນຫຼາຍກວ່າ 25,000 ຄົນ ແມ່ນອາໄສຢູ່ໃນເຂດທີ່ຕິດກັບ Everett ຢູ່ທາງທິດເໜືອ, Lynnwood ຢູ່ທາງທິດໃຕ້, Highway 99 ຢູ່ທາງທິດຕາເວັນອອກ ແລະ I-5 ຢູ່ທາງທິດຕາເວັນຕົກ. ພາຍໃນປີ 2025, ມີການຄາດການວ່າ ຈຳນວນປະຊາກອນໃນພື້ນທີ່ດັ່ງກ່າວ ຈະເພີ່ມຂຶ້ນເຖິງ 20% ແລະ ມີຄວາມໜາແໜ້ນ ເພີ່ມຂຶ້ນ 23%.
-
ປະຫວັດຄວາມເປັນມາ
ບັນດາຫ້ອງສະໝຸດຂອງ Sno-Isle ໄດ້ກໍານົດຄວາມຕ້ອງການທີ່ບໍ່ພຽງພໍ ແລະ ໃນເດືອນກຸມພາ ປີ 2017, ກໍໄດ້ເປີດຫ້ອງສະໝຸດ Mariner ຢູ່ໜ້າຮ້ານຄ້າ ເປັນໂຄງການທົດລອງ. ນັບຕັ້ງແຕ່ໄດ້ເປີດປະຕູຮ້ານ, ມີຜູ້ເຂົ້າມາຢ້ຽມຊົມຫໍສະໝຸດຂອງຊຸມຊົນຫຼາຍກວ່າ 80,000 ຄົນ.
State Sen. Marko Liias, D-Mukilteo ຊຶ່ງມີຄວາມຄຸ້ນເຄີຍດີກັບບັນດາສິ່ງທ້າທາຍ ທີ່ຜູ້ທີ່ອາໄສຢູ່ໃນເຂດຕ້ອງພົບພໍ້ໃນການເຂົ້າເຖິງການບໍລິການ ໄດ້ເບິ່ງຄວາມຄິດເຫັນຂອງຊຸມຊົນ ແລະ ໄດ້ເຫັນໂອກາດທີ່ຫຼາຍຂຶ້ນ.
ໃນປີ 2017, ການປຶກສາຫາລື ໄດ້ເລີ່ມຕົ້ນຂຶ້ນ ກ່ຽວກັບແນວຄວາມຄິດ ສຳລັບການສ້າງ ວິທະຍາເຂດ ຊຸມຊົນ Mariner ແບບຖາວອນ ຮ່ວມກັບUnited Way Snohomish County, ທ່ານ Dave Somers ຜູ້ບໍລິຫານລະດັບສູງ ຂອງ Snohomish County, Mukilteo School District ແລະ ຫໍສະໝຸດ Sno-lsle. ຜ່ານການປຶກສາຫາລືບັນຫາເຫຼົ່ານັ້ນ ແລະ ຜ່ານວຽກງານຂອງ ທ່ານ Liia ຜູ້ແທນສະພາສູງ ໃນຂົງເຂດນິຕິບັນຍັດ, ງົບປະມານລົງທຶນຂອງລັດປະຈຳປີ 2018 ແມ່ນປະກອບມີການຈັດສັນເງິນຈຳນວນ 322,000 ໂດລາສະຫະລັດ ເພື່ອເລີ່ມສ້າງວິໄສທັດສຳລັບວິທະຍາເຂດ ຊຸມຊົນ Mariner.
ມີຄົນຫຼາຍກວ່າ 25,000 ຄົນ ແມ່ນອາໄສຢູ່ໃນເຂດທີ່ຕິດກັບ Everett ຢູ່ທາງທິດເໜືອ, Lynnwood ຢູ່ທາງທິດໃຕ້, Highway 99 ຢູ່ທາງທິດຕາເວັນອອກ ແລະ I-5 ຢູ່ທາງທິດຕາເວັນຕົກ. ພາຍໃນປີ 2025, ມີການຄາດການວ່າ ຈຳນວນປະຊາກອນໃນພື້ນທີ່ດັ່ງກ່າວ ຈະເພີ່ມຂຶ້ນເຖິງ 20% ແລະ ມີຄວາມໜາແໜ້ນ ເພີ່ມຂຶ້ນ 23%.